lo_jer_text_ulb_l3/49/37.txt

1 line
1.4 KiB
Plaintext

\v 37 ດ້ວຍວ່າເຮົາຈະເຮັດໃຫ້ເອລາມຢ້ານກົວຕໍ່ຫນ້າສັດຕູຂອງພວກເຂົາ ແລະຕໍ່ຫນ້າຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ. ເພາະເຮົາຈະນຳເຫດຮ້າຍມາເຖິງພວກເຂົາ, ຄືຄວາມພິໂລດອັນແຮງກ້າ— ນີ້ເປັນຄຳປະກາດຂອງພຣະຢາເວກ່າວວ່າ— ແລະເຮົາຈະໃຊ້ໃຫ້ດາບໄລ່ຕາມພວກເຂົາທັງຫລາຍຢ່າງຫນັກ ຈົນກວ່າເຮົາຈະໄດ້ເຜົາຜານພວກເຂົາຈົນຫມົດສິ້ນ. \v 38 ແລ້ວເຮົາຈະຕັ້ງພຣະທີ່ນັ່ງຂອງເຮົາໃນເອລາມ ແລະ ຈະທຳລາຍກະສັດ ແລະ ບັນດາພວກເຈົ້ານາຍຂອງເມືອງນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ— \v 39 ແລະສິ່ງທີ່ຈະເກີດຂຶ້ນໃນພາຍຫລັງ ທີ່ເຮົາຈະໃຫ້ເອລາມກັບສູ່ສະພາບເດີມ—ນີ້ເປັນຄຳປະກາດຂອງພຣະຢາເວ.”