lo_jer_text_ulb_l3/49/32.txt

1 line
1.0 KiB
Plaintext

\v 32 ອູດຂອງພວກເຂົາຈະກາຍເປັນເຄື່ອງທີ່ປຸ້ນມາໄດ້ ແລະຊັບສົມບັດ ອັນຫລວງຫລາຍຂອງພວກເຂົາຈະເປັນເຄື່ອງທີ່ປຸ້ນມາຈາກສົງຄາມ. ແລ້ວເຮົາຈະກະຈາຍພວກເຂົາໄປທຸກທິດລົມ ຄືຄົນທີ່ໂກນຜົມຈອນຫູຂອງພວກເຂົາ, ແລະເຮົາຈະນຳໄພພິບັດມາຈາກທຸກດ້ານຂອງພວກເຂົາ —ນີ້ເປັນຄຳປະກາດຂອງພຣະຢາເວ. \v 33 ເມືອງຮາໂຊຈະເປັນບ່ອນອາໄສຂອງຫມາປ່າ, ເປັນບ່ອນຖິ້ມຮ້າງຢູ່ເປັນນິດ. ບໍ່ມີໃຜຈະພັກອາໄສຢູ່ບ່ອນນັ້ນ; ບໍ່ມີມະນຸດຄົນໃດຈະອາໄສໃນນັ້ນ.”