lo_jer_text_ulb_l3/49/23.txt

1 line
1.1 KiB
Plaintext

\v 23 ກ່ຽວກັບເມືອງດາມາເຊ: “ເມືອງຮຳມາດ ແລະ ເມືອງອາປາດໄດ້ຮັບຄວາມຂາຍຫນ້າ, ເພາະພວກເຂົາໄດ້ຍິນຂ່າວຮ້າຍ. ພວກເຂົາກໍຢ້ານກົວຕົວສັ່ນອ່ອນແຮງໄປ! ພວກເຂົາວຸ້ນວາຍເຫມືອນທະເລ, ທີ່ສະຫງົບລົງບໍ່ໄດ້. \v 24 ເມືອງດາມາເຊກໍອ່ອນເພຍ. ນາງຈະຫັນກັບ ແລະຫນີໄປ; ເພາະຄວາມກົວໄດ້ຈັບຫຸ່ມນາງໄວ້ໃນເມືອງນັ້ນ. ຄວາມທຸກທໍລະມານໃຈ ແລະຄວາມເສົ້າຍຶດນາງໄວ້ເຫມືອນກັບຜູ້ຍິງກຳລັງເກີດລູກ. \v 25 ເມືອງແຫ່ງການສັນລະເສີນ, ເມືອງທີ່ເຕັມດ້ວຍຄວາມຊື່ນບານໄດ້ຖືກປະຖິ້ມແລ້ວນໍ?