lo_jer_text_ulb_l3/49/12.txt

1 line
1.1 KiB
Plaintext

\v 12 ເພາະພຣະຢາເວກ່າວດັ່ງນີ້ວ່າ, “ເບິ່ງແມ, ຖ້າຄົນທີ່ຍັງບໍ່ສົມຄວນຈະດື່ມຈາກຈອກນັ້ນຍັງຕ້ອງດື່ມ. ພວກເຈົ້າຈະພົ້ນໂທດໄປໄດ້ບໍ ພວກເຈົ້າຈະພົ້ນໂທດໄປໄດບໍ? ພວກເຈົ້າຈະບໍ່ເປັນເຊັ່ນນັ້ນ ເພາະພວກເຈົ້າຈະຕ້ອງດື່ມຢ່າງແນ່ນອນ. \v 13 ເພາະເຮົາໄດ້ປະຕິຍານໂດຍນາມຂອງເຮົາ— ນີ້ເປັນຄຳປະກາດຂອງພຣະຢາເວ— ແລ້ວວ່າ ໂບຊະຣາຈະຕ້ອງກາຍເປັນບ່ອນວ່າງເປົ່າເສຍ, ເປັນທີ່ນິນທາ, ເປັນບ່ອນຖິ້ມຮ້າງ, ແລະເປັນຄຳສາບແຊ່ງ. ຫົວເມືອງທັງຫມົດຂອງລາວຈະເປັນບ່ອນຖິ້ມຮ້າງເປັນນິດ.”