lo_jer_text_ulb_l3/49/01.txt

1 line
1.4 KiB
Plaintext

\c 49 \v 1 ກ່ຽວກັບເລື່ອງຄົນອຳໂມນ, ພຣະຢາເວກ່າວວ່າ, “ອິດສະຣາເອນບໍ່ມີລູກຊາຍບໍ? ບໍ່ມີໃຜຈະຮັບສິ່ງທີ່ເປັນມໍຣະດົກໃນອິດສະຣາເອັນເລີຍບໍ? ເປັນຫຍັງກະສັດຂອງພວກເຂົາຈຶ່ງຍຶດຄອງລາດ ແລະປະຊາຊົນຂອງເຂົາໄດ້ອາໄສຢູ່ໃນເມືອງທັງຫລາຍຂອງຄາດເປັນມໍຣະດົກ? \v 2 ເພາະສະນັ້ນເບິ່ງແມວັນເວລາຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະເຮັດໃຫ້ໄດ້ຍິນສຽງສັນຍານສົງຄາມ ສູ້ກັບນະຄອນຣັບບາຂອງຄົນອຳໂມນ ມັນຈະກາຍເປັນກອງຊາກເມືອງທີ່ຮົກຮ້າງ ແລະຊົນນະບົດຂອງເມືອງນັ້ນຈະຖືກເຜົາເສຍດ້ວຍໄຟ ເພາະອິດສະຣາເອນຈະເຂົ້າຍຶດຄອງພວກທີ່ເຄີຍຍຶດຄອງເຂົາ.” ພຣະຢາເວກ່າວດັ່ງນີ້ແຫລະ.