lo_jer_text_ulb_l3/48/06.txt

1 line
832 B
Plaintext

\v 6 ຈົ່ງຫນີເອົາຕົວລອດສາ! ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ລອດ ແລະເປັນເຫມືອນພຸ່ມໄມ້ທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. \v 7 ເພາະວ່າພວກເຈົ້າໄດ້ວາງໃຈໃນຜົນງານ ແລະ ໃນຊັບສົມບັດຂອງພວກເຈົ້າ, ພວກເຈົ້າຈະຕ້ອງຖືກຈັບໄປເປັນຊະເລີຍ. ແລ້ວພະເຄມົດກໍຈະຕ້ອງຖືກກວາດໄປເປັນຊະເລີຍເຫມືອນກັນ, ພ້ອມກັບປະໂລຫິດ ແລະພວກເຈົ້ານາຍຂອງພວກເຂົາ.