lo_jer_text_ulb_l3/47/03.txt

1 line
1000 B
Plaintext

\v 3 ເມື່ອໄດ້ຍິນສຽງກີບມ້າໂຕແຂງແຮງຂອງລາວໂດດແລ່ນ, ເມື່ອໄດ້ສຽງລົດຮົບຂອງລາວແລ່ນເຂົ້າມາ ແລະສຽງລໍ້ລົດດັ່ງກຶກກ້ອງ, ພວກພໍ່ກໍຈະບໍ່ໄດ້ຖອຍຫລັງກັບມາເບິ່ງລູກທັງຫລາຍຂອງຕົນ ເພາະມືຂອງເຂົາອ່ອນເພຍເຕັມທີແລ້ວ; \v 4 ເພາະມື້ທີ່ຈະມາເຖິງ ຊຶ່ງຈະທຳລາຍຟີລິດສະຕີນທັງຫມົດ ຈະຕັດອອກຈາກເມືອງຕີເຣ ແລະເມືອງຊີໂດນ ເພາະພຣະຢາເວຈະຊົງທຳລາຍຄົນຟີລິດສະຕີນ ຄືພວກຄົນທີ່ຍັງເຫລືອຢູ່ຈາກເກາະຄະຟະໂຊ.