lo_jer_text_ulb_l3/46/27.txt

1 line
1.6 KiB
Plaintext

\v 27 ແຕ່ເຈົ້າ, ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ, ຢ່າຢ້ານເລີຍ. ຢ່າຕົກໃຈເລີຍ, ເພາະເບິ່ງແມ, ເຮົາຈະຊ່ວຍພວກເຈົ້າໃຫ້ລອດພົ້ນໄດ້ຈາກທີ່ໄກ, ແລະ ຊ່ວຍເຊື້ອສາຍຂອງເຈົ້າຈາກແຜ່ນດິນທີ່ພວກເຂົາຕົກເປັນຊະເລີຍ. ຢາໂຄບຈະກັບມາ, ແລະມີຄວາມສະຫງົບຄວາມສະບາຍ, ແລະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ. \v 28 ໂອ ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ, ຢ່າຢ້ານເລີຍ—ນີ້ເປັນຄຳປະກາດຂອງພຣະຢາເວ—ເພາະເຮົາຢູ່ກັບພວກເຈົ້າ, ເພື່ອທີ່ເຮົາຈະເຮັດໃຫ້ບັນດາປະຊາຊາດທັງຫມົດມາເຖິງທີ່ອະວະສານ ຄືປະຊາຊາດທີ່ເຮົາໄດ້ບັນດານພວກເຈົ້າໃຫ້ໄປຢູ່ນັ້ນ. ແຕ່ສ່ວນພວກເຈົ້າເຮົາຈະບໍ່ທຳລາຍຈົນຫມົດສິ້ນ. ແຕ່ເຮົາຈະຕີສອນພວກເຈົ້າຢ່າງເປັນທຳ ແລະ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າບໍ່ຖືກລົງໂທດເປັນອັນຂາດ.”