lo_jer_text_ulb_l3/45/01.txt

1 line
1.3 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\c 45 \v 1 ນີ້ເປັນຖ້ອຍຄຳຊຶ່ງເຢເຣມີຢາຜູ້ປະກາດພຣະທັມບອກແກ່ບາຣຸກລູກຊາຍເນຣີຢາ. ສິ່ງນີ້ໄດ້ເກີດຂຶ້ນເມື່ອທ່ານໄດ້ຂຽນຖ້ອຍຄຳເຫລົ່ານີ້ລົງໃນຫນັງສືມ້ວນຕາມຄຳບອກຂອງເຢເຣມີຢາ—ນີ້ເປັນປີທີ່ສີ່ແຫ່ງລາຊະການເຢໂຮຢາກີມ ລາຊະໂອລົດລູກຂອງໂຢສີຢາ, ກະສັດແຫ່ງຢູດາວ່າ, \v 2 “ບາຣຸກເອີຍ, ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວແກ່ທ່ານດັ່ງນີ້ວ່າ: \v 3 ພວກເຈົ້າເວົ້າວ່າ, ‘ບັດນີ້ ວິບັດແກ່ຂ້ານ້ອຍ, ເພາະພຣະຢາເວຊົງເພີ່ມຄວາມທຸກເຂົ້າໃສ່ຄວາມເສົ້າໂສກຂອງຂ້ານ້ອຍ. ຂ້ານ້ອຍກໍຫນັກຫນ່ວງດ້ວຍການຮ້ອງຄາງຂອງຕົນເອງ; ຂ້ານ້ອຍບໍ່ປະສົບຄວາມສະຫງົບເລີຍ.