lo_jer_text_ulb_l3/44/26.txt

1 line
1.8 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 26 ເພາະສະນັ້ນ, ຄົນຢູດາທັງຫມົດທີ່ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທັມຂອງພຣະຢາເວ, ກ່າວວ່າ, ‘ເບິ່ງແມ, ເຮົາໄດ້ປະຕິຍານໂດຍນາມອັນຍິ່ງໃຫຍ່ຂອງເຮົາ—ພຣະຢາເວກ່າວວ່າ, ຈະບໍ່ມີປາກຂອງຄົນໃດໃນຢູດາຕະຫລອດທົ່ວແຜ່ນດິນເອຢິບ, ຈະບໍ່ອອກນາມຂອງເຮົາໂດຍກ່າວວ່າ, ‘ອົງພຣະຢາເວພຣະເຈົ້າອົງຊົງພຣະຊົນຢູ່ສັນໃດ. \v 27 ເບິ່ງແມ, ເຮົາຄອຍຖ້າເບິ່ງຢູ່ເພື່ອໃຫ້ເກີດຄວາມຮ້າຍ ແລະບໍ່ແມ່ນຄວາມດີ. ຄົນຢູດາທັງຫມົດຜູ້ຢູ່ໃນແຜ່ນດິນເອຢິບຈະຖືກຜານເສຍດ້ວຍດາບ ແລະດ້ວຍການອຶດຫິວອາຫານ ຈົນກວ່າຈະເຖິງທີ່ສຸດຂອງພວກເຂົາ. \v 28 ແລ້ວບັນດາຜູ້ທີ່ຫນີພົ້ນດາບຈະກັບຈາກແຜ່ນດິນເອຢິບໄປຍັງແຜ່ນດິນຢູດາ ຈະມີຈຳນວນຫນ້ອຍ. ດັ່ງນັ້ນຄົນຢູດາທີ່ເຫລືອຢູ່ທັງຫມົດຊຶ່ງມາອາໄສຢູ່ໃນແຜ່ນດິນເອຢິບ ຈະຮູ້ວ່າຄຳຂອງໃຜຈະການເປັນຈິງ: ຖ້ອຍຄຳຂອງເຮົາ ຫລືຖ້ອຍຄຳຂອງພວກເຂົາ.