lo_jer_text_ulb_l3/44/24.txt

1 line
1.5 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 24 ແລ້ວເຢເຣມີຢາໄດ້ກ່າວແກ່ປະຊາຊົນທັງຫມົດ ແລະ ພວກຜູ້ຍິງທັງຫມົດທຸກຄົນວ່າ, “ຄົນຢູດາທຸກຄົນຜູ້ຢູ່ໃນແຜ່ນດິນເອຢິບເອີຍ, ຈົ່ງຟັງພຣະທັມຂອງພຣະຢາເວ. \v 25 ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຕົວພວກເຈົ້າ ແລະ ເມຍຂອງພວກເຈົ້າໄດ້ຢືນຢັນດ້ວຍປາກຂອງພວກເຈົ້າທັງຫລາຍເອງ ແລະໄດ້ເຮັດດ້ວຍມືຂອງພວກເຈົ້າຕາມທີ່ພວກເຈົ້າໄດ້ເວົ້າວ່າ, “ພວກເຮົາຈະເຮັດຕາມການປະຕິຍານຂອງເຮົາ ຊຶ່ງເຮົາໄດ້ປະຕິຍານໄວ້ແນ່ນອນ ຄືເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ.” ບັດນີ້ກໍສຳເລັດຕາມຄຳປະຕິຍານຂອງພວກເຈົ້າແລ້ວ; ໄດ້ເຮັດຕາມການປະຕິຍານນັ້ນແລ້ວ.