lo_jer_text_ulb_l3/44/22.txt

2 lines
1.3 KiB
Plaintext

\v 22 ແລ້ວພຣະຢາເວຈະຊົງທົນຕໍ່ການກະທຳອັນຊົ່ວຮ້າຍຂອງທ່ານ ແລະການອັນ
ຫນ້າກຽດຊັງຊຶ່ງທ່ານໄດ້ເຮັດນັ້ນຕໍ່ໄປອີກບໍ່ໄຫວແລ້ວ, ເພາະສະນັ້ນແຜ່ນດິນຂອງທ່ານຈຶ່ງໄດ້ກາຍເປັນທີ່ຮົກຮ້າງ; ແລະທີ່ຫນ້າປະຫລາດໃຈ ແລະເປັນທີ່ສາບແຊ່ງ, ປາດສະຈາກຄົນອາໄສ ດັ່ງທຸກມື້ນີ້; \v 23 ເພາະວ່າທ່ານໄດ້ເຜົາເຄື່ອງຫອມ ແລະເພາະວ່າທ່ານໄດ້ເຮັດບາບຕໍ່ພຣະຢາເວ. ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ. ຫລືດຳເນີນຕາມພຣະບັນຍັດຂອງພຣະອົງ, ຕາມກົດເກນຂອງພຣະອົງ ແລະຕາມພຣະໂອວາດຂອງພຣະອົງ, ຄວາມຮ້າຍນີ້ຈຶ່ງໄດ້ຕົກແກ່ທ່ານ ດັ່ງທຸກມື້ນີ້.”