lo_jer_text_ulb_l3/44/20.txt

1 line
1.1 KiB
Plaintext

\v 20 ແລ້ວເຢເຣມີຢາໄດ້ຕອບບັນດາປະຊາຊົນ—ທັງພວກຜູ້ຊາຍ ແລະ ຜູ້ຍິງ ແລະປະຊາຊົນທັງປວງຜູ້ໃຫ້ຄຳຕອບແກ່ທ່ານ—ທ່ານໄດ້ປະກາດ ແລະໄດ້ກ່າວວ່າ, \v 21 “ພຣະຢາເວບໍ່ໄດ້ຊົງຈົດຈຳໄວ້ບເຄື່ອງຫອມທີ່ທ່ານໄດ້ເຜົາຖວາຍໃນຫົວເມືອງຢູດາ ແລະຕາມຖະຫນົນຫົນທາງນະຄອນເຢຣູຊາເລັມບໍ—ທັງຕົວທ່ານ ແລະບັນພະບູລຸດຂອງທ່ານ, ບັນດາກະສັດ ແລະພວກເຈົ້ານາຍຂອງທ່ານ, ແລະປະຊາຊົນແຫ່ງແຜ່ນດິນນັ້ນ? ເພາະພຣະຢາເວໄດ້ຊົງລະນຶກເຖິງເລື່ອງນີ້; ຊຶ່ງມັນເຂົ້າມາໃນຄວາມຄິດຂອງພຣະອົງ.