lo_jer_text_ulb_l3/44/15.txt

1 line
1.7 KiB
Plaintext

\v 15 ແລ້ວພວກຜູ້ຊາຍທຸກຄົນ ຜູ້ທີ່ໄດ້ຮູ້ວ່າເມຍຂອງຕົນໄດ້ຖວາຍເຄື່ອງຫອມແກ່ພະອື່ນໆ ແລະບັນດາຜູ້ຍິງທີ່ຢືນຢູ່ໃກ້ທີ່ຊຸມນຸມໃຫຍ່ ຄືບັນດາປະຊາຊົນຜູ້ອາໄສໃນປັດໂຣດ ໃນແຜ່ນດິນເອຢິບ ໄດ້ຕອບເຢເຣມີຢາ. \v 16 ພວກເຂົາເວົ້າວ່າ, “ສຳລັບຖ້ອຍຄຳຊຶ່ງທ່ານໄດ້ບອກແກ່ເຮົາໃນພຣະນາມຂອງພຣະຢາເວນັ້ນ—ພວກເຮົາຈະບໍ່ຟັງທ່ານ. \v 17 ເພາະເຮົາຈະເຮັດທຸກສິ່ງທີ່ເຮົາໄດ້ເວົ້າໄວ້—ຄືເຜົາເຄື່ອງຫອມຖວາຍພວກເຈົ້າແມ່ແຫ່ງຟ້າສະຫວັນ ແລະຖອກເຄື່ອງດື່ມຖວາຍແກ່ພະນາງພວກເຈົ້າ ດັ່ງທີ່ເຮົາໄດ້ເຮັດ, ບັນພະບູລຸດຂອງເຮົາ, ບັນດາກະສັດ, ແລະພວກເຈົ້ານາຍຂອງເຮົາໄດ້ເຮັດ ໃນຫົວເມືອງຢູດາ ແລະຕາມຖະຫນົນຫົນທາງນະຄອນເຢຣູຊາເລັມ. ແລ້ວພວກເຮົາຈຶ່ງມີອາຫານບໍລິບູນຢູ່ເຢັນເປັນສຸກ, ປາດສະຈາກການພົບເຫັນເຫດຮ້າຍໃດໆ.