lo_jer_text_ulb_l3/44/07.txt

1 line
1.6 KiB
Plaintext

\v 7 ດັ່ງນັ້ນ ບັດນີ້ ພຣະຢາເວພຣະເຈົ້າຈອມໂຍທາ ແລະ ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, “ເປັນຫຍັງພວກເຈົ້າທັງຫລາຍຈຶ່ງເຮັດຄວາມຊົ່ວຮ້າຍຍິ່ງໃຫຍ່ນີ້ແກ່ຈິດໃຈພວກເຈົ້າເອງ? ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ຕົວເອງຖືກຕັດອອກໄປຈາກທ່າມກາງຢູດາ—ທັງພວກຜູ້ຊາຍ, ຜູ້ຍິງທັງເດັກ, ແລະເດັກແດງ? ຈົນບໍ່ມີຄົນທີ່ເຫລືອຢູ່ໄວ້ແກ່ພວກເຈົ້າເລີຍ. \v 8 ພວກເຈົ້າທັງຫລາຍໄດ້ຍົວະເຍົ້າເຮົາໃຫ້ຮ້າຍ ດ້ວຍມືຂອງພວກເຈົ້າ ດ້ວຍການເຜົາເຄື່ອງຫອມໃຫ້ແກ່ພະອື່ນໃນແຜ່ນດິນເອຢິບ ບ່ອນທີ່ພວກເຈົ້າມາຢູ່ນັ້ນ ພວກເຈົ້າໄດ້ໄປທີ່ນັ້ນເພື່ອພວກເຈົ້າຈະຕ້ອງຖືກທຳລາຍ, ແລະເປັນທີ່ສາບແຊ່ງ ເປັນທີ່ນິນທາທ່າມກາງບັນດາປະຊາຊາດແຫ່ງແຜ່ນດິນໂລກ.