lo_jer_text_ulb_l3/44/01.txt

1 line
1.6 KiB
Plaintext

\c 44 \v 1 ພຣະທັມທີ່ມາຍັງເຢເຣມີຢາກ່ຽວກັບບັນດາຊາວຢິວທີ່ອາໄສຢູ່ໃນແຜ່ນດິນເອຢິບທີ່ມິກໂດນ, ທີ່ຕະປັນເຂດ, ທີ່ເມັມຟິດ, ແລະໃນແຜ່ນດິນປັດໂຣດ ວ່າ, \v 2 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ພວກເຈົ້າທັງຫລາຍໄດ້ເຫັນບັນດາເຫດຮ້າຍທີ່ເຮົານຳມາເຫນືອນະຄອນເຢຣູຊາເລັມ ແລະເຫນືອຫົວເມືອງຢູດາທັງຫມົດ. ເບິ່ງແມ, ທຸກມື້ນີ້ເມືອງເຫລົ່ານັ້ນກໍເປັນບ່ອນຮົກຮ້າງ. ບໍ່ມີຜູ້ໃດອາໄສຢູ່ໃນນັ້ນເລີຍ. \v 3 ນີ້ເປັນເພາະຄວາມຊົ່ວຊຶ່ງພວກເຂົາໄດ້ເຮັດ ໄດ້ຍົວະເຍົ້າເຮົາໃຫ້ມີຄວາມຮ້າຍ ດ້ວຍການທີ່ພວກເຂົາໄປເຜົາເຄື່ອງຫອມ ແລະບົວລະບັດພະອື່ນ ຊຶ່ງບໍ່ຮູ້ຈັກ ບໍ່ວ່າເຂົາເອງ ຫລື ພວກເຈົ້າທັງຫລາຍ ຫລືບັນພະບູລຸດຂອງພວກເຈົ້າກໍບໍ່ຮູ້ໄດ້ຮູ້ຈັກ.