lo_jer_text_ulb_l3/43/11.txt

1 line
1.5 KiB
Plaintext

\v 11 ເມື່ອທ່ານມາເຖິງ ແລະທ່ານຈະໂຈມຕີແຜ່ນດິນເອຢິບ. ຜູ້ໃດທີ່ຖຶກກຳນົດໃຫ້ເຖິງຄວາມຕາຍຈະຖືກມອບໃຫ້ແກ່ຄວາມຕາຍ. ຜູ້ໃດຖືກກຳນົດໃຫ້ເປັນຊະເລີຍກໍຈະຖືກມອບໃຫ້ເປັນຊະເລີຍ. ແລະຜູ້ໃດທີ່ຖືກກຳນົດໃຫ້ຖືກດາບກໍຈະຖືກມອບໃຫ້ແກ່ດາບ. \v 12 ແລ້ວເຮົາຈະກໍ່ໄຟໃນວິຫານຂອງພະເອຢິບ. ເນບູກາດເນັດຊາຈະເຜົາເສຍພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍ. ລາວຈະປົກຄຸມຕົວເອງດ້ວຍແຜ່ນດິນເອຢິບເຫມືອນກັບຜູ້ລ້ຽງແກະປົກຄຸມຕົວເອງດ້ວຍເສື້ອຄຸມ. ແລະລາວຈະໄປຈາກບ່ອນນັ້ນດ້ວຍໄຊຊະນະ. \v 13 ລາວຈະຫັກເສົາສັກສິດແຫ່ງເມືອງເບັດເຊເມັດ ຊຶ່ງຢູ່ໃນແຜ່ນດິນເອຢິບ ແລະຈະເອົາໄຟເຜົາວິຫານຂອງເທບພະເຈົ້າທັງຫລາຍແຫ່ງເອຢິບເສຍ.’”