lo_jer_text_ulb_l3/43/08.txt

1 line
1.4 KiB
Plaintext

\v 8 ດັ່ງນັ້ນ ພຣະທັມຂອງພຣະຢາເວມາຍັງເຢເຣມີຢາໃນນະຄອນຕະປັນເຂດ, ກ່າວວ່າ, \v 9 “ຈົ່ງຖືກ້ອນຫີນໃຫຍ່ ໄວ້ໃນມືຂອງເຈົ້າ, ແລະເຊື່ອງໄວ້ໃນດິນຫນຽວໃນເຕົາເຜົາດິນຈີ່, ຊຶ່ງຢູ່ທີ່ທາງເຂົ້າໄປສູ່ພະລາຊະວັງຂອງຟາຣາໂອໃນນະຄອນຕະປັນເຂດທ່າມກາງສາຍຕາຂອງຄົນຢູດາ.” \v 10 ແລ້ວຈົ່ງກ່າວແກ່ພວກເຂົາວ່າ, “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ເບິ່ງແມ, ເຮົາຈະໃຊ້ແລະນຳເນບູກາດເນັດຊາກະສັດແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາ. ເຢເຣມີຢາເອີຍ ເຮົາຈະຕັ້ງພະທີ່ນັ່ງຂອງຕົນເຫນືອຫີນເຫລົ່ານີ້, ຊຶ່ງເຈົ້າໄດ້ເຊື່ອງໄວ້. ເນບູກາດເນັດຊາຈະກາງເຕັ້ນຂອງຕົນເຫນືອຫີນເຫລົ່ານີ້.