lo_jer_text_ulb_l3/43/04.txt

1 line
1.8 KiB
Plaintext

\v 4 ດັ່ງນັ້ນ ໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານ, ແລະປະຊາຊົນທັງຫມົດບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວເລື່ອງທີ່ຈະອາໄສຢູ່ໃນແຜ່ນດິນຢູດາ. \v 5 ແຕ່ໂຢຮານານລູກຊາຍກາເຣອາ ແລະບັນດາຜູ້ຫົວຫນ້າຂອງກອງທະຫານກໍໄດ້ພາຄົນຢູດາທຸກຄົນທີ່ເຫລືອຢູ່ທັງຫມົດ ຄືຜູ້ທີ່ໄດ້ກັບມາຈາກບັນດາປະຊາຊາດທີ່ພວກເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ ໄດ້ກັບມາຢູ່ໃນແຜ່ນດິນຢູດາ. \v 6 ພວກຜູ້ຊາຍ, ຜູ້ຍິງ ເດັກນ້ອຍ, ບັນດາລູກສາວ, ແລະທຸກຄົນຊຶ່ງເນບູຊາຣາດານຜູ້ບັນຊາການທະຫານຮັກສາພະອົງ, ໄດ້ເຫລືອໄວ້ໃຫ້ແກ່ເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານ. ພວກເຂົາໄດ້ນຳເຢເຣມີຢາຜູ້ປະກາດພຣະທັມ ແລະບາຣຸກລູກຊາຍເນຣີຢາໄປນຳ. \v 7 ພວກເຂົາໄດ້ມາຍັງແຜ່ນດິນເອຢິບ, ມາເຖິງນະຄອນຕະປັນເຂດ, ເພາະພວກເຂົາບໍ່ເຊື່ອຟັງພຣະສຸລະສຽງຂອງພຣະຢາເວ.