lo_jer_text_ulb_l3/42/15.txt

1 line
1.6 KiB
Plaintext

\v 15 ບັດນີ້ ພວກເຈົ້າຄົນຢູດາທີ່ເຫລືອຢູ່, ຂໍຟັງພຣະທັມຂອງພຣະຢາເວ. ພຣະຢາເວຈອມໂຍທາ, ພຣະເຈົ້າຂອງອິດສະຣາເອນ, ກ່າວດັ່ງນີ້ວ່າ, ‘ຖ້າພວກເຈົ້າອອກເດີນທາງມຸ່ງຫນ້າໄປເອຢິບແທ້ໆ, ແລະໄປອາໄສໃນບ່ອນນັ້ນ. \v 16 ແລ້ວດາບຊຶ່ງພວກເຈົ້າຢ້ານກົວຢູ່ນັ້ນຈະຕາມທັນພວກເຈົ້າບ່ອນນັ້ນໃນແຜ່ນດິນເອຢິບ. ການກັນດານອາຫານຊຶ່ງພວກເຈົ້າຢ້ານກົວຢູ່ນັ້ນຈະຕິດຕາມພວກເຈົ້າໄປເຖິງເອຢິບ, ແລະພວກເຈົ້າຈະຕາຍໃນບ່ອນນັ້ນ. \v 17 ເພາະສະນັ້ນ ສິ່ງທີ່ຈະເກີດຂຶ້ນກັບທຸກຄົນຊຶ່ງມຸ້ງຫນ້າໄປຍັງເອຢິບ ເພື່ອຈະຢູ່ບ່ອນນັ້ນຈະຕາຍເສຍດ້ວຍດາບ, ດ້ວຍການອຶດຫິວອາຫານ, ຫລືດ້ວຍພະຍາດລະບາດ. ຈະບໍ່ມີຄົນທີ່ເຫລືອຢູ່ ຫລືທີ່ລອດຊີວິດຈາກໄພພິບັດຮ້າຍ ຊຶ່ງເຮົາຈະນຳມາເຫນືອພວກເຂົາ.