lo_jer_text_ulb_l3/42/07.txt

1 line
1.7 KiB
Plaintext

\v 7 ເມື່ອຄົບສິບວັນແລ້ວ, ພຣະທັມຂອງພຣະຢາເວກໍມາຍັງເຢເຣມີຢາ. \v 8 ດັ່ງນັ້ນ ເຢເຣມີຢາຈຶ່ງໃຫ້ໄປຕາມຕົວໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຜູ້ຢູ່ກັບທ່ານ, ແລະປະຊາຊົນທັງປວງຕັ້ງແຕ່ຄົນນ້ອຍທີ່ສຸດເຖິງຄົນໃຫຍ່ທີ່ສຸດ. \v 9 ແລ້ວເພີ່ນໄດ້ກ່າວກັບພວກເຂົາທັງຫລາຍວ່າ, “ນີ້ເປັນຖ້ອຍຄຳຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ—ຜູ້ຊຶ່ງທ່ານໄດ້ໃຊ້ໃຫ້ຂ້ານ້ອຍນຳເອົາຄຳອ້ອນວອນຂອງທ່ານໄປສະເຫນີຕໍ່ພຣະພັກພຣະອົງ—ໄດ້ກ່າວດັ່ງນີ້ວ່າ, \v 10 ‘ຖ້າພວກເຈົ້າທັງຫລາຍກັບໄປ ແລະອາໄສຢູ່ໃນແຜ່ນດິນນີ້, ແລ້ວເຮົາຈະສ້າງພວກເຈົ້າທັງຫລາຍຂຶ້ນ ແລະບໍ່ທຳລາຍລົງ; ເຮົາຈະປູກພວກເຈົ້າ ແລະ ບໍ່ຖອນພວກເຈົ້າເສຍ, ເພາະເຮົາໄດ້ກັບໃຈຈາກເຫດຮ້າຍຊຶ່ງເຮົາໄດ້ສົ່ງມາເຫນືອພວກເຈົ້າຫັນກັບໄປ.