lo_jer_text_ulb_l3/42/04.txt

1 line
1.8 KiB
Plaintext

\v 4 ດັ່ງນັ້ນ ເຢເຣມີຢາຜູ້ປະກາດພຣະທັມ ກ່າວແກ່ເຂົາທັງຫລາຍວ່າ, “ຂ້ານ້ອຍໄດ້ຍິນທ່ານແລ້ວ. ເບິ່ງແມ, ຂ້ານ້ອຍຈະອະທິຖານຕໍ່ພຣະຢາເວພຣະເຈົ້າຂອງທ່ານຕາມຄຳຂໍຮ້ອງຂອງທ່ານທັງຫລາຍ. ພຣະຢາເວຈະຊົງຕອບທ່ານປະການໃດ, ຂ້ານ້ອຍຈະບອກແກ່ທ່ານ. ຂ້ານ້ອຍຈະບໍ່ປິດບັງສິ່ງໃດໄວ້ຈາກທ່ານເລີຍ.” \v 5 ແລ້ວພວກເຂົາເວົ້າກັບເຢເຣມີຢາວ່າ, “ຂໍພຣະຢາເວຈົ່ງເປັນພະຍານທີ່ສັດຈິງ ແລະສັດຊື່ໃນລະຫວ່າງພວກຂ້ານ້ອຍທັງຫລາຍ, ຖ້າພວກຂ້ານ້ອຍບໍ່ໄດ້ເຮັດຕາມຖ້ອຍຄຳຂອງພຣະຢາເວພຣະເຈົ້າຂອງທ່ານ ຜູ້ຊົງໃຊ້ທ່ານໃຫ້ບອກພວກຂ້ານ້ອຍ. \v 6 ບໍ່ວ່າຈະດີຫລືຮ້າຍ, ຂ້ານ້ອຍທັງຫລາຍຈະເຊື່ອຟັງພຣະສຸລະສຽງຂອງພຣະຢາເວພຣະເຈົ້າຂອງເຮົາ, ຜູ້ຊຶ່ງຂ້ານ້ອຍທັງຫລາຍສົ່ງທ່ານໃຫ້ໄປຫານັ້ນ, ເພື່ອເຮົາຈະຢູ່ເຢັນເປັນສຸກ ເມື່ອເຮົາເຊື່ອຟັງພຣະສຸລະສຽງແຫ່ງພຣະຢາເວພຣະເຈົ້າຂອງເຮົາ.”