lo_jer_text_ulb_l3/41/15.txt

1 line
1.1 KiB
Plaintext

\v 15 ແຕ່ອິດຊະມາເອນລູກຊາຍເນທານີອາໄດ້ຫນີລອດພົ້ນຈາກໂຢຮານານ ພ້ອມກັບຊາຍແປດຄົນ. ເຂົາໄດ້ໄປຫາຄົນອຳໂມນ. \v 16 ແລ້ວໂຢຮານານລູກຊາຍກາເຣອາ ແລະບັນດາຫົວຫນ້າຂອງກອງທະຫານຊຶ່ງຢູ່ກັບລາວ ໄດ້ນຳປະຊາຊົນທີ່ເຫລືອຢູ່ທັງຫມົດຈາກມິດຊະປາ ພວກຄົນທີ່ໄດ້ຊ່ວຍໃຫ້ພົ້ນຈາກອິດຊະມາເອນລູກຊາຍເນທານີອາ. ນີ້ເປັນເຫດການຫລັງຈາກທີ່ອິດຊະມາເອນ ໄດ້ຂ້າເກດາລີຢາລູກຊາຍອາຮີກາມແລ້ວນັ້ນຄື ທະຫານ, ຜູ້ຍິງ, ເດັກນ້ອຍ, ແລະຊາຍຕອນ ທີ່ຊ່ວຍເຫລືອທີ່ກິເບໂອນ.