lo_jer_text_ulb_l3/41/08.txt

1 line
1.2 KiB
Plaintext

\v 8 ແຕ່ໃນພວກນັ້ນມີຢູ່ສິບຄົນນຳກັນທີ່ເວົ້າກັບອິດຊະມາເອນວ່າ, “ຂໍຢ່າຂ້າເຮົາເລີຍ ເພາະເຮົາມີເຄື່ອງມີຄ່າຄື: ເຂົ້າວີດ ແລະ ເຂົ້າບາເລ, ນ້ຳມັນ ແລະນ້ຳເຜິ້ງ ເຊື່ອງໄວ້ໃນທົ່ງນາ.” ດັ່ງນັ້ນ ລາວຈຶ່ງງົດບໍ່ຂ້າພວກເຂົາກັບພີ່ນ້ອງຂອງພວກເຂົາ. \v 9 ບ່ອນຂັງນ້ຳຊຶ່ງອິດຊະມາເອນໂຍນສົບທັງຫລາຍຂອງຜູ້ທີ່ລາວຂ້າຕາຍລົງໄປນັ້ນ, ເປັນຂຸມຂະຫນາດໃຫຍ່ຫລາຍ ຊຶ່ງເປັນບ່ອນທີ່ກະສັດອາຊາ ໄດ້ສ້າງໄວ້ເພື່ອປ້ອງກັນບາອາຊາກະສັດແຫ່ງອິດສະຣາເອນ. ອິດຊະມາເອນລູກຊາຍເນທານີອາກໍໃສ່ຄົນທີ່ຖືກຂ້າໄວ້ຈົນເຕັມ.