lo_jer_text_ulb_l3/41/04.txt

1 line
871 B
Plaintext

\v 4 ຕໍ່ມາອີກສອງມື້ຫລັງຈາກມື້ທີ່ເກດາລີຢາຖືກຂ້າ, ແຕ່ບໍ່ມີໃຜຮູ້ເລື່ອງ. \v 5 ມີບາງຄົນທີ່ໄດ້ມາຈາກເມືອງເຊເຄັມ, ຈາກເມືອງຊີໂລ, ແລະ ເມືອງຊາມາເຣຍ—ມີຊາຍປະມານແປດສິບຄົນທີ່ໄດ້ໂກນຫນວດເຄົາ, ໄດ້ຈີກເສື້ອຜ້າຂອງພວກເຂົາຂາດ, ແລະປາດຕົວເອງ—ພ້ອມກັບນຳເຄື່ອງບູຊາພືດຜົນເປັນເມັດ ແລະ ກຳຍານໃນມືຂອງພວກເຂົາ ເພື່ອມາຖວາຍທີ່ພຣະວິຫານຂອງພຣະຢາເວ.