lo_jer_text_ulb_l3/41/01.txt

1 line
1.5 KiB
Plaintext

\c 41 \v 1 ແຕ່ມີເຫດການທີ່ໄດ້ເກີດຂຶ້ນໃນເດືອນທີ່ເຈັດ ອິດຊະມາເອນລູກຊາຍເນທານີອາ, ຜູ້ເປັນລູກຊາຍເອລີຊາມາເຊື້ອພະວົງ, ແລະພວກເຈົ້ານາຍສິບຄົນຂອງກະສັດ ໄດ້ມາຫາເກດາລີຢາລູກຊາຍອາຮີກາມ ທີ່ມິດຊະປາ. ພວກເຂົາຮັບປະທານອາຫານຢູ່ນຳກັນ ທີ່ມິດຊະປາ. \v 2 ແຕ່ອິດຊະມາເອນລູກຊາຍເນທານີອາ ກັບຄົນທັງສິບທີ່ຢູ່ກັບລາວກໍໄດ້ລຸກຂຶ້ນຂ້າເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານ, ດ້ວຍດາບ. ອິດຊະມາເອນໄດ້ຂ້າເກດາລີຢາຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ວ່າລາຊະການທີ່ແຜ່ນດິນ. \v 3 ອິດຊະມາເອນໄດ້ຂ້າຊາວຢິວທັງຫລາຍທີ່ຢູ່ກັບເກດາລີຢາ ທີ່ມິດຊະປາ ແລະພວກທະຫານຊາວເຄນເດຍຊຶ່ງໄດ້ພົບຢູ່ບ່ອນນັ້ນ.