lo_jer_text_ulb_l3/40/11.txt

1 line
1.3 KiB
Plaintext

\v 11 ແລ້ວຄົນຢູດາທັງຫມົດ ຊຶ່ງຢູ່ທີ່ໂມອາບ, ທ່າມກາງຄົນອຳໂມນ, ແລະ ໃນເອໂດມ, ແລະໃນແຜ່ນດິນອື່ນທັງຫມົດໄດ້ຍິນວ່າກະສັດແຫ່ງບາບີໂລນໄດ້ຖິ້ມຄົນໃຫ້ເຫລືອໄວ້ສ່ວນຫນຶ່ງໃນຢູດາ, ແລະໄດ້ແຕ່ງຕັ້ງໃຫ້ເກດາລີຢາລູກຊາຍອາຮີກາມ ຜູ້ເປັນລູກຊາຍຊາຟານໃຫ້ເປັນຜູ້ວ່າລາຊະການເຫນືອພວກເຂົາ. \v 12 ແລ້ວພວກຊາວຢິວທັງປວງກໍໄດ້ກັບມາຈາກທຸກທີ່ຊຶ່ງພວກເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ. ພວກເຂົາໄດ້ກັບມາຍັງແຜ່ນດິນຢູດາ, ມາຫາເກດາລີຢາ ທີ່ມິດຊະປາ. ພວກເຂົາທັງຫລາຍໄດ້ເກັບນ້ຳອະງຸ່ນ ແລະຫມາກໄມ້ໃນລະດູຮ້ອນໄດ້ເປັນຈຳນວນຫລາຍ.