lo_jer_text_ulb_l3/40/09.txt

1 line
1.2 KiB
Plaintext

\v 9 ເກດາລີຢາລູກຊາຍຂອງອາຮີກາມ ລູກຊາຍຂອງຊາຟານ ກໍໄດ້ປະຕິຍານໃຫ້ແກ່ພວກເຂົາ ແລະ ຄົນຂອງເຂົາ, ກ່າວວ່າ, “ຢ່າຢ້ານກົວທີ່ຈະບົວລະບັດຄົນບາບີໂລນ. ຈົ່ງອາໄສຢູ່ໃນແຜ່ນດິນ ແລະບົວລະບັດກະສັດແຫ່ງບາບີໂລນ, ແລ້ວທ່ານທັງຫລາຍກໍຈະຢູ່ເຢັນເປັນສຸກ. \v 10 ເບິ່ງແມ, ຂ້ານ້ອຍກຳລັງອາໄສຢູ່ທີ່ມິດຊະປາ ເພື່ອຈະບົວລະບັດຄົນເຄນເດຍ ຜູ້ຊຶ່ງຈະມາຫາພວກເຮົາ. ດັ່ງນັ້ນຈົ່ງເກັບນ້ຳອະງຸ່ນ, ຫມາກໄມ້ລະດູຮ້ອນ, ແລະນ້ຳມັນ ແລະເກັບໄວ້ໃນພາຊະນະຕ່າງໆ. ຈົ່ງຢູ່ໃນເມືອງທັງຫລາຍຊຶ່ງທ່ານໄດ້ຍຶດຄອງຢູ່ນັ້ນ.”