lo_jer_text_ulb_l3/40/05.txt

1 line
1.3 KiB
Plaintext

\v 5 ຂະນະເມື່ອເຢເຣມີຢາຍັງບໍ່ໄປເທື່ອ, ເນບູຊາຣາດານໄດ້ກ່າວວ່າ, “ຈົ່ງກັບໄປຫາເກດາລີຢາລູກຊາຍອາຮີກາມ, ຜູ້ເປັນລູກຊາຍຊາຟານ ຜູ້ຊຶ່ງກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ຮັບຜິດຊອບບັນດາຫົວເມືອງຕ່າງໆ ຂອງຢູດາ. ຈົ່ງຢູ່ກັບລາວທ່າມກາງປະຊາຊົນ ຫລື ຈະໄປບ່ອນໃດທີ່ທ່ານເຫັນດີຈະໄປກໍໄດ້.” ຜູ້ບັນຊາການທະຫານຮັກສາພະອົງຈຶ່ງສັ່ງອະນຸມັດສະບຽງ, ແລະໃຫ້ຂອງຂວັນແກ່ເຢເຣມີຢາ ແລ້ວກໍປ່ອຍເພິ່ນໄປ. \v 6 ດັ່ງນັ້ນເຢເຣມີຢາກໍໄປຫາເກດາລີຢາ ລູກຊາຍອາຮີກາມ, ທີ່ມິດຊະປາ. ເພີ່ນໄດ້ອາໄສຢູ່ກັບລາວທ່າມກາງປະຊາຊົນ ຊຶ່ງເຫລືອຢູ່ໃນແຜ່ນດິນນັ້ນ.