lo_jer_text_ulb_l3/40/03.txt

1 line
1.4 KiB
Plaintext

\v 3 ດັ່ງນັ້ນພຣະຢາເວຊົງເຮັດໃຫ້ເປັນໄປ. ພຣະອົງຊົງກະທຳຕາມທີ່ພຣະອົງກ່າວໄວ້ແລ້ວ, ເນື່ອງຈາກພວກທ່ານທັງຫລາຍໄດ້ເຮັດບາບຕໍ່ພຣະຢາເວ ແລະບໍ່ເຊື່ອຟັງພຣະສຸລະສຽງຂອງພຣະອົງ ສິ່ງນີ້ຈຶ່ງໄດ້ເປັນມາເຫນືອພວກທ່ານ. \v 4 ເບິ່ງແມ, ມື້ນີ້ຂ້ານ້ອຍປ່ອຍທ່ານຈາກໂສ້ທີ່ມືຂອງທ່ານ. ແຕ່ຖ້າທ່ານຍິນດີທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຈົ່ງມາເຖີດ, ຂ້ານ້ອຍຈະເບິ່ງແຍງທ່ານໃຫ້ດີ. ແຕ່ຖ້າທ່ານບໍ່ເຫັນພ້ອມທີ່ຈະມາຍັງນະຄອນບາບີໂລນກັບຂ້ານ້ອຍ, ກໍຢ່າມາ. ເບິ່ງແມ, ແຜ່ນດິນທັງຫມົດນີ້ຢູ່ຕໍ່ຫນ້າທ່ານ, ທ່ານຈະໄປທີ່ໃດກໍໄດ້ຕາມແຕ່ທ່ານເຫັນດີເຫັນງາມທີ່ຈະໄປ.”