lo_jer_text_ulb_l3/37/18.txt

1 line
1.3 KiB
Plaintext

\v 18 ແລ້ວເຢເຣມີຢາໄດ້ທູນກະສັດເຊເດກີຢາອີກວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ຕໍ່ສູ້ພະອົງ, ຕໍ່ສູ້ຂ້າລາຊະການຂອງພະອົງ, ຫລືຕໍ່ສູ້ປະຊາຊົນນີ້ບໍ ພະອົງຈຶ່ງໄດ້ຈັບຂ້ານ້ອຍຂັງໄວ້ໃນຄຸກ? \v 19 ພວກປະກາດພຣະທັມທີ່ໄດ້ບອກພະອົງວ່າ, ຜູ້ທີ່ບອກວ່າກະສັດບາບີໂລນຈະບໍ່ມາໂຈມຕີພະອົງ ຫລືໂຈມຕີປະເທດນີ້ນັ້ນຢູ່ໃສ? \v 20 ແຕ່ບັດນີ້ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ຂໍພະອົງຊົງຟັງ! ແລະເຮັດຕາມຂ້ານ້ອຍເວົ້ານີ້ທ້ອນ. ຄືຢ່າສົ່ງຂ້ານ້ອຍຄືນໄປເຮືອນຂອງໂຢນາທານ ຜູ້ເປັນລາຊະເລຂາຂອງພະອົງ, ຢ້ານວ່າຂ້ານ້ອຍຈະຕ້ອງຕາຍຢູ່ທີ່ນັ້ນ.”