lo_jer_text_ulb_l3/37/11.txt

1 line
1.2 KiB
Plaintext

\v 11 ດັ່ງນັ້ນເມື່ອກອງທັບບາເຄຍເດນໄດ້ຖອຍອອກຈາກນະຄອນເຢຣູຊາເລັມໄປ ເພາະວ່າກອງທັບຂອງກະສັດຟາຣາໂອກຳລັງເຂົ້າມາໃກ້, \v 12 ແລ້ວເຢເຣມີຢາພວມອອກຈາກນະຄອນເຢຣູຊາເລັມມຸ່ງຫນ້າໄປຍັງດິນແດນເບັນຢາມິນ. ເພື່ອຮັບເອົາສ່ວນແບ່ງຂອງຕົນຕໍ່ຫນ້າປະຊາຊົນຂອງເພີ່ນ. \v 13 ຂະນະທີ່ເພິ່ນມາເຖິງປະຕູເບັນຢາມິນ. ກໍມີທະຫານຄົນຫນຶ່ງຊື່ອີຣີຢາ ລູກຊາຍເຊເລມີຢາ ຜູ້ເປັນລູກຊາຍຂອງຮານານີຢາ ໄດ້ຈັບເຢເຣມີຢາຜູ້ປະກາດພຣະທັມ ແລະໄດ້ເວົ້າຂູ່ວ່າ, “ເຈົ້າກຳລັງຫນີໄປຫາຊາວເຄນເດນແມ່ນບໍ?”