lo_jer_text_ulb_l3/37/03.txt

1 line
1.3 KiB
Plaintext

\v 3 ດັ່ງນັ້ນກະສັດເຊເດກີຢາ, ຊົງໃຊ້ເຢຮູການລູກຊາຍເຊເລມີຢາ, ແລະ ເຊຟານີຢາລູກຊາຍຂອງມາອາເສຢາປະໂລຫິດ ສົ່ງຂ່າວສານໄປຫາເຢເຣມີຢາຜູ້ປະກາດພຣະທັມ. ພວກເຂົາໄດ້ເວົ້າຕໍ່ເຢເຣມີຢາວ່າ, “ຂໍໃຫ້ອ້ອນວອນໃນນາມຂອງພວກເຮົາ ຕໍ່ພຣະຢາເວພຣະເຈົ້າຂອງພວກເຮົາແດ່” \v 4 ຕອນນີ້ເພິ່ນຍັງໄປຫາມາສູ່ກັບປະຊາຊົນໄດ້ຢ່າງເສລີ, ເພາະຍັງບໍ່ທັນຖືກຄຸມຂັງຄຸກ. \v 5 ກອງທັບຂອງກະສັດຟາຣາໂອໄດ້ເຄື່ອນອອກຈາກເອຢິບ, ເມື່ອຊາວເຄຍເດນຜູ້ຊຶ່ງກຳລັງໂຈມຕີນະຄອນເຢຣູຊາເລັມຢູ່ໄດ້ຮູ້ຂ່າວກ່ຽວກັບພວກເຂົາທັງຫລາຍນັ້ນ ແລະກໍໄດ້ຖອຍທັບໄປຈາກນະຄອນເຢຣູຊາເລັມ.