lo_jer_text_ulb_l3/36/27.txt

1 line
1.4 KiB
Plaintext

\v 27 ແລ້ວຖ້ອຍຄຳຂອງພຣະຢາເວໄດ້ມາເຖິງເຢເຣມີຢາ ຫລັງຈາກທີ່ກະສັດຊົງເຜົາຫນັງສືມ້ວນ ແລະ ຖ້ອຍຄຳທັງຫມົດທີ່ບາຣຸກໄດ້ຂຽນຕາມຄຳບອກຂອງເຢເຣມີຢາແລ້ວ, ກ່າວວ່າ, \v 28 "ຈົ່ງກັບໄປ, ເອົາຫນັງສືມ້ວນອີກມ້ວນຫນຶ່ງມາສຳລັບຕົວເຈົ້າເອງ, ແລະຈົ່ງຂຽນຖ້ອຍຄຳທັງຫມົດທີ່ມີຢູ່ໃນຫນັງສືມ້ວນສະບັບກ່ອນນັ້ນໄວ້ອີກ, ທີ່ກະສັດເຢໂຮຢາກີມໄດ້ຊົງເຜົາໄຟເສຍນັ້ນ. \v 29 ແລ້ວເຈົ້າຕ້ອງກ່າວສິ່ງນີ້ກັບ ກະສັດເຢໂຮຢາກີມວ່າ, “ພະອົງໄດ້ເຜົາຫນັງສືມ້ວນ ແລະໄດ້ຖາມຂ້ານ້ອຍວ່າ “ເປັນຫຍັງຈຶ່ງຂຽນຄຳວ່າ, ‘ກະສັດບາບີໂລນຈະມາທຳລາຍປະເທດນີ້ຢ່າງແນ່ນອນ, ເພາະພຣະອົງຈະຂ້າມະນຸດແລະສັດໃນແຜ່ນດິນນັ້ນເສຍ?’””