lo_jer_text_ulb_l3/36/20.txt

1 line
1.2 KiB
Plaintext

\v 20 ດັ່ງນັ້ນພວກເຈົ້ານາຍໄດ້ມ້ຽນຫນັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາຜູ້ເປັນລາຊະເລຂາ ແລ້ວພວກເຂົາໄດ້ເຂົ້າໄປໃນພະລາຊະສຳນັກ ແລະພວກເຂົາກໍໄດ້ກາບທູນຖ້ອຍຄຳທັງຫມົດນັ້ນຕໍ່ກະສັດ. \v 21 ແລ້ວກະສັດໄດ້ຊົງສັ່ງໃຫ້ເຢຮູດີໄປເອົາຫນັງສືມ້ວນນັ້ນມາ ລາວຈຶ່ງໄປເອົາມາຈາກຫ້ອງຂອງເອລີຊາມາ ແລ້ວໄດ້ອ່ານຖວາຍກະສັດ ກັບພວກເຈົ້ານາຍທັງຫມົດທີ່ຢືນຢູ່ຂ້າງ. \v 22 ເວລານັ້ນກະສັດກຳລັງປະທັບຢູ່ໃນພະລາຊະວັງ ເປັນລະດູຫນາວໃນເດືອນທີເກົ້າ, ແລະຊົງນັ່ງຝີງໄຟຈາກເຕົາທີ່ລຸກຢູ່ຕໍ່ຫນ້າພະອົງ.