lo_jer_text_ulb_l3/36/13.txt

1 line
1.4 KiB
Plaintext

\v 13 ແລ້ວມີກາຢາກໍໄດ້ລາຍງານຖ້ອຍຄຳທັງຫມົດທີ່ຕົນໄດ້ຍິນໃຫ້ພວກເຂົາຟັງ. ເມື່ອພວກເຂົາໄດ້ຍິນທີ່ບາຣຸກໄດ້ອ່ານດ້ວຍສຽງດັງເພື່ອໃຫ້ປະຊາຊົນໄດ້ຍິນ. \v 14 ດັ້ງນັ້ນພວກເຈົ້ານາຍໄດ້ໃຊ້ເຢຮູດີລູກຊາຍຂອງເນທານີອາ ລູກຂອງເຊເລມີຢາ ລູກຊາຍກູຊີ, ໄປບອກໃຫ້ບາຣຸກ, “ຈົ່ງນຳເອົາຫນັງສືມ້ວນໃນມືຂອງເຈົ້າ, ທີ່ເຈົ້າໄດ້ອ່ານໃຫ້ປະຊາຊົນຟັງນັ້ນມາ.” ດັ່ງນັ້ນບາຣຸກລູກຊາຍເນຣີຢາ ຈຶ່ງໄດ້ຖືຫນັງສືມ້ວນໃນມືຂອງລາວ ແລະໄປຫາພວກເຈົ້ານາຍທັງຫມົດ. \v 15 ແລ້ວພວກເຈົ້ານາຍໄດ້ເວົ້າກັບບາຣຸກ ວ່າ, “ເຊີນນັ່ງລົງ ແລະ ອ່ານຫນັງສືມ້ວນນັ້ນໃຫ້ພວກເຮົາຟັງເບິ່ງດຸ.” ດັ່ງນັ້ນບາຣຸກຈຶ່ງອ່ານໃຫ້ພວກເຂົາຟັງ.