lo_jer_text_ulb_l3/36/11.txt

1 line
966 B
Plaintext

\v 11 ບັດນີ້ເມື່ອມີກາຢາລູກຊາຍຂອງເກມາຣີຢາ ຜູ້ເປັນລູກຊາຍຂອງຊາຟານ ໄດ້ຍິນຖ້ອຍຄຳທັງຫມົດຂອງພຣະຢາເວໃນຫນັງສືມ້ວນແລ້ວ. \v 12 ລາວກໍໄປຍັງພະລາຊະວັງທີ່ຫ້ອງຂອງລາຊະເລຂາ. ເບິ່ງແມ, ພວກເຈົ້ານາຍຫລາຍຫມົດນັ່ງປະຊຸມຢູ່ທີ່ນັ້ນຄື: ເອລີຊາມາ ຜູ້ເປັນລາຊະເລຂາ, ເດລາຢາ ລູກຊາຍຂອງເຊມາຢາ, ເອນນາທານ ລູກຊາຍຂອງອັກໂບ, ເກມາຣີຢາຊາຟານ, ເຊເດກີຢາ ລູກຊາຍຂອງຮານານີຢາ, ແລະພວກເຈົ້ານາຍທັງຫມົດ.