lo_jer_text_ulb_l3/36/09.txt

1 line
1.3 KiB
Plaintext

\v 9 ສິ່ງນີ້ກໍໄດ້ເກີດຂຶ້ນໃນເດືອນທີເກົ້າຂອງປີທີຫ້າ ແຫ່ງລາຊະການເຢໂຮຢາກີມລາຊະໂອລົດຂອງໂຢສີຢາ, ກະສັດຂອງຢູດາ, ຊຶ່ງປະຊາຊົນທັງປວງໄດ້ຢູ່ໃນນະຄອນເຢຣູຊາເລັມ ແລະທີ່ມາຈາກຫົວເມືອງຕ່າງ ຂອງຢູດາ ໄດ້ຈັດພິທີຖືສິນອົດອາຫານຂຶ້ນເພື່ອຖວາຍພຣະກຽດແດ່ພຣະຢາເວ. \v 10 ບາຣຸກໄດ້ອ່ານຖ້ອຍຄຳຂອງເຢເຣມີຢາໃນຫນັງສືມ້ວນ ດ້ວຍສຽງດັງ ທີ່ພຣະວິຫານຂອງພຣະຢາເວ, ໃນຫ້ອງຂອງເກມາຣີຢາລູກຊາຍຂອງຊາຟານ ຜູ້ເປັນລາຊະເລຂາ ຢູ່ທີ່ພະລາຊະສຳນັກຊັ້ນເທິງ, ທາງເຂົ້າປະຕູໃຫຍ່ຂອງພຣະວິຫານ. ລາວໄດ້ເຮັດສິ່ງນີ້ເພື່ອໃຫ້ປະຊາຊົນທັງປວງໄດ້ຍິນ.