lo_jer_text_ulb_l3/36/04.txt

1 line
1.4 KiB
Plaintext

\v 4 ແລ້ວເຢເຣມີຢາຈຶ່ງໄດ້ເອີ້ນບາຣຸກລູກຊາຍເນຣີຢາ ແລະບາຣຸກຂຽນທຸກສິ່ງທີ່ພຣະຢາເວຊົງບອກຜ່ານເຢເຣມີຢາລົງໃນເຈ້ຍນັ້ນ. \v 5 ຕໍ່ຈາກນັ້ນເຢເຣມີຢາໄດ້ບອກບາຣຸກວ່າ, “ຂ້ານ້ອຍຢູ່ໃນຄຸກ ແລະ ບໍ່ສາມາດເຂົ້າໄປໃນພຣະວິຫານຂອງພຣະຢາເວ. \v 6 ສະນັ້ນ ເຈົ້າຕ້ອງເຂົ້າໄປ ແລະຈົ່ງອ່ານຫນັງສືມ້ວນ ທີ່ທ່ານໄດ້ຂຽນຕາມຄຳບອກຂອງຂ້ານ້ອຍ. ໃນວັນຂອງການຖືສິນອົດອາຫານ, ເຈົ້າຈົ່ງອ່ານພຣະທັມຂອງພຣະຢາເວໃຫ້ປະຊາຊົນທັງຫມົດຟັງ, ແລະພ້ອມທັງເມືອງຕ່າງໆຂອງພວກຢູດາ ຜູ້ທີ່ໄດ້ມາຈາກເມືອງຕ່າງໆ ເພື່ອໃຫ້ພວກເຂົາໄດ້ຍິນທຸກສິ່ງ ທີ່ພຣະຢາເວໄດ້ຊົງບອກຂ້ານ້ອຍ. ຈົ່ງປະກາດພຣະທັມເຫລົ່ານີ້ໃຫ້ພວກເຂົາຟັງ.