lo_jer_text_ulb_l3/35/12.txt

1 line
1.6 KiB
Plaintext

\v 12 ແລ້ວພຣະທັມແຫ່ງພຣະຢາເວຈຶ່ງມາເຖິງເຢເຣມີຢາວ່າ, \v 13 “ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ, ຈົ່ງໄປແລະບອກບັນດາຜູ້ຊາຍຂອງຢູດາ ແລະບອກຊາວນະຄອນເຢຣູຊາເລັມວ່າ ພຣະຢາເວກ່າວວ່າ, “ພວກເຈົ້າຈະບໍ່ຮັບຄຳສັ່ງສອນ ແລະ ເຊື່ອຟັງຖ້ອຍຄຳຂອງເຮົາບໍ? —ນີ້ເປັນການປະກາດຂອງພຣະຢາເວ. \v 14 ຄຳບັນຊາທັງຫລາຍຊຶ່ງໂຢນາດາບລູກຊາຍເຣກາບໃຫ້ໄວ້ແກ່ລູກຊາຍທັງຫລາຍຂອງຕົນ ເພີ່ນສັ່ງວ່າບໍ່ໃຫ້ດື່ມເຫລົ້າອະງຸ່ນນັ້ນ. ພວກເຂົາກໍໄດ້ຮັກສາໄວ້ຈົນຮອດທຸກມື້ນີ້. ພວກເຂົາທັງຫລາຍໄດ້ເຊື່ອຟັງຄຳບັນຊາແຫ່ງບັນພະບູລຸດຂອງພວກເຂົາ. ແຕ່ສຳລັບເຮົາ, ເຮົາເອງໄດ້ເວົ້າກັບພວກເຈົ້າຢ່າງບໍ່ຢຸດຢັ້ງ, ແຕ່ພວກເຈົ້າທັງຫລາຍກໍບໍ່ໄດ້ຟັງເຮົາ.