lo_jer_text_ulb_l3/35/08.txt

1 line
1.8 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 8 ພວກເຮົາທັງຫລາຍໄດ້ເຊື່ອຟັງສຽງຂອງໂຢນາດາບລູກຊາຍເຣກາບ, ຜູ້ເປັນບັນພະບູລຸດຂອງພວກເຮົາ, ໃນສິ່ງທັງປວງຊຶ່ງເພິ່ນໄດ້ບັນຊາພວກເຮົາ, ຄືບໍ່ດື່ມເຫລົ້າອະງຸ່ນຕະຫລອດຊີວິດຂອງເຮົາ, ທັງຕົວເຮົາ, ເມຍ, ລູກຊາຍ, ແລະລູກສາວຂອງເຮົາ. \v 9 ພວກເຮົາຈະບໍ່ສ້າງເຮືອນທັງຫລາຍເພື່ອຈະອາໄສຢູ່, ແລະຈະມີສວນອະງຸ່ນ, ຫລືທົ່ງນາ, ຫລືເມັດພືດໃນຄອບຄອງຂອງພວກເຮົາ. \v 10 ພວກເຮົາໄດ້ອາໄສຢູ່ໃນເຕັ້ນທັງຫລາຍ ແລະໄດ້ເຊື່ອຟັງ ແລະເຮັດທຸກສິ່ງຊຶ່ງໂຢນາດາບບັນພະບູລຸດຂອງພວກເຮົາໄດ້ບັນຊາເຮົາໄວ້. \v 11 ແຕ່ເມື່ອເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຍົກມາຕໍ່ສູ້ກັບແຜ່ນດິນນີ້, ເຮົາເວົ້າວ່າ, ‘ມາແມ, ໃຫ້ເຮົາໄປຍັງນະຄອນເຢຣູຊາເລັມ ເພື່ອຫລົບຫນີຈາກກອງທັບຄົນເຄນເດຍ ແລະກອງທັບຄົນອາຣາມຽນ. ດັ່ງນັ້ນເຮົາຈຶ່ງຢູ່ໃນນະຄອນເຢຣູຊາເລັມ.”