lo_jer_text_ulb_l3/35/05.txt

1 line
1.6 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 5 ແລ້ວຂ້ານ້ອຍກໍວາງໂຖເຫລົ້າອະງຸ່ນກັບຈອກຫລາຍຫນ່ວຍໄວ້ຕໍ່ຫນ້າບັນດາລູກຊາຍແຫ່ງເຊື້ອສາຍເຣກາບ ແລະໄດ້ເວົ້າກັບພວກເຂົາທັງຫລາຍວ່າ, “ເຊີນດື່ມເຫລົ້າອະງຸ່ນ.” \v 6 ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາຈະບໍ່ດື່ມເຫລົ້າອະງຸ່ນ, ເພາະໂຢນາດາບ, ລູກຊາຍເຣກາບ, ຜູ້ເປັນບັນພະບູລຸດຂອງພວກເຮົາບັນຊາພວກເຮົາວ່າ, ‘ຢ່າດື່ມເຫລົ້າອະງຸ່ນ, ທັງຕົວພວກເຈົ້າ ແລະລູກຫລານຂອງພວກເຈົ້າ, ເປັນນິດ. \v 7 ຢ່າສ້າງເຮືອນໃດໆເລີຍ, ຢ່າຫວ່ານເມັດພືດ, ຫລືຢ່າປູກສວນອະງຸ່ນໃດໆເລີຍເຊັ່ນກັນ; ນີ້ບໍ່ແມ່ນສຳລັບພວກເຈົ້າ. ແຕ່ພວກເຈົ້າຈົ່ງຢູ່ອາໄສໃນເຕັ້ນຕະຫລອດຊີວິດຂອງພວກເຈົ້າ, ເພື່ອພວກເຈົ້າຈະມີຊີວິດຍືນຍາວໃນແຜ່ນດິນຊຶ່ງພວກເຈົ້າກຳລັງອາໄສຢູ່ໃນຖານະຄົນຕ່າງດ້າວທັງຫລາຍ.