lo_jer_text_ulb_l3/35/03.txt

1 line
980 B
Plaintext

\v 3 ດັ່ງນັ້ນ ຂ້ານ້ອຍຈຶ່ງນຳຢາອາຊານີຢາລູກຊາຍເຢເຣມີຢາ ຜູ້ເປັນລູກຊາຍຮາບາຊີນີຢາ ແລະພີ່ນ້ອງຂອງລາວ, ແລະລູກຊາຍຂອງລາວທັງຫມົດ, ແລະເຊື້ອສາຍເຣກາບທັງຫມົດ. \v 4 ຂ້ານ້ອຍນຳພວກເຂົາມາຍັງພຣະວິຫານຂອງພຣະຢາເວ, ມາໃນຫ້ອງລະບຽງຂອງລູກຊາຍຂອງຮານັນ ຜູ້ເປັນລູກຊາຍອິກດາລີຢາ, ຄົນຂອງພຣະເຈົ້າ. ຊຶ່ງຢູ່ໃກ້ກັບຫ້ອງຂອງພວກຜູ້ນຳ, ຊຶ່ງຢູ່ເຫນືອຫ້ອງຂອງມາອາເສຢາລູກຊາຍຊານລູມ, ຜູ້ເບິ່ງແຍງປະຕູ.