lo_jer_text_ulb_l3/34/20.txt

1 line
1.7 KiB
Plaintext

\v 20 ເຮົາຈະມອບພວກເຂົາໄວ້ໃນມືສັດຕູຂອງພວກເຂົາ ແລະໃນມືຂອງບັນດາຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ. ສົບຂອງພວກເຂົາຈະເປັນອາຫານຂອງນົກໃນອາກາດ ແລະຂອງສັດໃນແຜ່ນດິນໂລກ. \v 21 ດັ່ງນັ້ນເຮົາຈະມອບເຊເດກີຢາກະສັດແຫ່ງຢູດາ ແລະພວກເຈົ້ານາຍທັງຫລາຍຂອງເຂົານັ້ນໄວ້ໃນມືຂອງບັນດາສັດຕູຂອງພວກເຂົາ ແລະມອບໄວ້ໃນມືຂອງບັນດາຜູ້ທີ່ສະແຫວງຫາຊີວິດຂອງພວກເຂົາ, ແລະມອບໄວ້ໃນມືຂອງກອງທັບແຫ່ງກະສັດບາບີໂລນຊຶ່ງໄດ້ລຸກຂຶ້ນຕໍ່ສູ້ກັບເຈົ້າ. \v 22 ເບິ່ງແມ, ເຮົາກຳລັງຈະໃຫ້ຄຳບັນຊາ—ນີ້ເປັນຄຳປະກາດຂອງພຣະຢາເວ—ແລະຈະນຳເຂົາກັບມາຍັງນະຄອນນີ້, ພວກເຂົາຈະສູ້ຮົບກັບເມືອງນັ້ນຍຶດເອົາຈົນໄດ້ ແລະເຜົາເສຍດ້ວຍໄຟ. ເພາະເຮົາຈະເຮັດໃຫ້ຫົວເມືອງຕ່າງໆຂອງຢູດາເປັນທີ່ຮົກຮ້າງເສຍ ບໍ່ມີຄົນອາໄສ.’”