lo_jer_text_ulb_l3/34/12.txt

1 line
1.3 KiB
Plaintext

\v 12 ດັ່ງນັ້ນພຣະທັມແຫ່ງພຣະຢາເວຈຶ່ງມາຍັງເຢເຣມີຢາ, ກ່າວວ່າ, \v 13 “ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຊົງກ່າວດັ່ງນີ້ວ່າ, ‘ເຮົາໄດ້ເຮັດຄຳຫມັ້ນສັນຍາກັບບັນພະບູລຸດຂອງພວກເຈົ້າ ໃນມື້ທີ່ເຮົານຳພວກເຂົາອອກມາຈາກແຜ່ນດິນເອຢິບ, ອອກຈາກເຮືອນຂ້າທາດ. ນັ້ນແຫລະທີ່ເຮົາໄດ້ກ່າວວ່າ, \v 14 “ເມື່ອສິ້ນສຸດເຈັດປີແລ້ວ, ແຕ່ລະຄົນຈະຕ້ອງປ່ອຍພີ່ນ້ອງຊາວເຮັບເຣີ, ຜູ້ທີ່ໄດ້ຖືກຂາຍໄວ້ກັບພວກເຈົ້າ ແລະໄດ້ຮັບໃຊ້ພວກເຈົ້າມາຫົກປີ ຈົ່ງປ່ອຍເຂົາໃຫ້ເປັນອິດສະຫລະ.” ແຕ່ບັນພະບູລຸດຂອງພວກເຈົ້າບໍ່ຟັງເຮົາ ແລະ ບໍ່ຫງ່ຽງຫູຂອງພວກເຂົາຕໍ່ຮົາ.