lo_jer_text_ulb_l3/34/08.txt

1 line
870 B
Plaintext

\v 8 ພຣະທັມມາຈາກພຣະຢາເວຍັງເຢເຣມີຢາ ຫລັງຈາກທີ່ກະສັດເຊເດກີຢາໄດ້ຊົງເຮັດຄຳຫມັ້ນສັນຍາກັບບັນດາປະຊາຊົນ ໃນນະຄອນເຢຣູຊາເລັມວ່າ, ຈະປະກາດອິດສະຫລະພາບແກ່ພວກເຂົາທັງຫລາຍວ່າ \v 9 ໃຫ້ທຸກຄົນປ່ອຍຂ້າທາດເຮັບເຣີຂອງຕົນໃຫ້ເປັນອິດສະຫລະ, ທັງຜູ້ຊາຍ ແລະຜູ້ຍິງເສຍ, ເພື່ອວ່າຈະບໍ່ມີຜູ້ໃດເຮັດໃຫ້ຊາວຢິວເປັນຂ້າທາດ, ຜູ້ຊຶ່ງເປັນພີ່ນ້ອງຂອງຕົນ.