lo_jer_text_ulb_l3/34/01.txt

1 line
1.8 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\c 34 \v 1 ພຣະທັມຊຶ່ງມາຈາກພຣະຢາເວເຖິງເຢເຣມີຢາ, ເມື່ອເນບູກາດເນັດຊາ ກະສັດແຫ່ງເມືອງບາບີໂລນ ແລະກອງທັບທັງຫມົດຂອງພະອົງ, ພ້ອມດ້ວຍບັນດາຣາຊະອານາຈັກໃນແຜ່ນດິນໂລກ, ຊຶ່ງຢູ່ໃຕ້ການຄອບຄອງຂອງພະອົງ, ແລະ ຊົນຊາດທັງຫລາຍທີ່ຕໍ່ສູ້ກັບນະຄອນເຢຣູຊາເລັມ ແລະ ຫົວເມືອງທັງປວງຂອງນະຄອນນັ້ນ, ກ່າວວ່າ, \v 2 ‘ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງໄປ ແລະເວົ້າກັບເຊເດກີຢາ ກະສັດແຫ່ງຢູດາ ແລະກ່າວແກ່ເພິ່ນວ່າ, “ເບິ່ງແມ, ເຮົາກຳລັງຈະມອບນະຄອນນີ້ໄວ້ໃນມືກະສັດບາບີໂລນ. ພະອົງຈະເຜົາເສຍດ້ວຍໄຟ. \v 3 ເຈົ້າຈະບໍ່ລອດພົ້ນໄປຈາກມືຂອງເພີ່ນ ເພາະເຈົ້າຈະຖືກຈັບ ແລະ ຖືກມອບໄວ້ໃນມືຂອງເພີ່ນ. ຕາຂອງເຈົ້າຈະໄດ້ເຫັນພຣະເນດຂອງກະສັດແຫ່ງບາບີໂລນ; ພຣະອົງຈະລົມໂດຍກົງກັບເຈົ້າ ຂະນະທີ່ເຈົ້າຈະຕ້ອງໄປຍັງບາບີໂລນ.