lo_jer_text_ulb_l3/33/25.txt

1 line
1.1 KiB
Plaintext

\v 25 ເຮົາເອງ, ພຣະຢາເວ, ຊົງກ່າວດັ່ງນີ້ວ່າ, ‘ຖ້າເຮົາບໍ່ໄດ້ສະຖາປະນາຄຳຫມັ້ນສັນຍາຂອງເຮົາກັບວັນແລະຄືນ ແລະຖ້າເຮົາບໍ່ໄດ້ກຳນົດກົດເກນຕ່າງໆຂອງທ້ອງຟ້າ ແລະແຜ່ນດິນໂລກ, \v 26 ແລ້ວເຮົາຈຶ່ງຈະປະຖິ້ມເຊື້ອສາຍຂອງຢາໂຄບ ແລະດາວິດ ຜູ້ຮັບໃຊ້ຂອງເຮົາ ແລະຈະບໍ່ເລືອກຜູ້ຫນຶ່ງຈາກເຊື້ອສາຍຂອງເຂົາໃຫ້ຄອບຄອງເຫນືອເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເພາະເຮົາຈະໃຫ້ພວກເຂົາກັບສູ່ຄວາມຮຸ່ງເຮືອງຕາມສະພາບເດີມ ແລະຈະສະແດງຄວາມເມດຕາເອັນດູຕໍ່ພວກເຂົາ.’”