lo_jer_text_ulb_l3/33/14.txt

1 line
1.2 KiB
Plaintext

\v 14 ‘ເບິ່ງແມ! ວັນເຫລົ່ານັ້ນຈະມາເຖິງ—ນີ້ເປັນຄຳປະກາດຂອງພຣະຢາເວ—ເມື່ອເຮົາຈະໃຫ້ສິ່ງດີທີ່ເຮົາສັນຍາໄວ້ຕໍ່ເຊື້ອສາຍອິດສະຣາເອນ ແລະເຊື້ອສາຍຢູດາ. \v 15 ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ ເຮົາຈະໃຫ້ກະສັດຜູ້ຊອບທຳເກີດມາເພື່ອດາວິດ, ແລະເພິ່ນຈະໃຫ້ຄວາມຍຸດຕິທຳ ແລະຄວາມຊອບທຳໃຫ້ແກ່ແຜ່ນດິນນັ້ນ. \v 16 ໃນຄາວນັ້ນ ຢູດາຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະນະຄອນເຢຣູຊາເລັມຈະອາໄສຢູ່ຢ່າງປອດໄພຫມັ້້ນຄົງ, ເພາະນີ້ເປັນຊື່ຊຶ່ງພວກເຂົາຈະເອີ້ນເມືອງນັ້ນຄື, “ພຣະຢາເວຊົງເປັນຄວາມຊອບທຳຂອງເຮົາ.’”