lo_jer_text_ulb_l3/32/43.txt

1 line
1.4 KiB
Plaintext

\v 43 ແລ້ວພວກເຂົາຈະຊື້ຂາຍນາກັນໃນແຜ່ນດິນ ຊຶ່ງພວກເຈົ້າກ່າວເຖິງວ່າ. “ນີ້ເປັນແຜ່ນດິນທີ່ຮົກຮ້າງເສຍ ຊຶ່ງບໍ່ມີມະນຸດ ຫລື ສັດ. ມັນໄດ້ຖືກມອບໄວ້ໃນມືຂອງຄົນເຄນເດຍ. \v 44 ພວກເຂົາຈະຊື້ນາເຫລົ່ານັ້ນດ້ວຍເງິນ ແລະຈະຂຽນເອກະສານກໃນຫນັງສືມ້ວນທັງຫລາຍທີ່ໄດ້ປະທັບຕາ. ພວກເຂົາຈະປະຊຸມພະຍານທັງຫລາຍໃນແຜ່ນດິນຂອງເບັນຢາມິນ, ໃນທີ່ຕ່າງແຖບນະຄອນເຢຣູຊາເລັມ ແລະໃນຫົວເມືອງທັງຫລາຍຂອງຢູດາ, ໃນຫົວເມືອງແຖບແດນເມືອງພູເຂົາໃນຫົວເມືອງແຖບພູເຂົາ, ແລະໃນຫົວເມືອງທັງຫລາຍຂອງເນເກບ. ເພາະເຮົາຈະໃຫ້ການເປັນຊະເລີຍຂອງພວກເຂົາທັງຫລາຍກັບສູ່ສະພາບເດີມ—ນີ້ເປັນຄຳປະກາດຂອງພຣະຢາເວ.’”